09/07/2026
ພວກເຮົາຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຖ່າຍທອດເລື່ອງລາວຜ່ານທາງວາລະສານ Mix Meetings.
ພ້ອມນີ້, ຂໍຮ່ວມສະແດງຄວາມຍິນດີຕ້ອນຮັບ ທ່ານ ຊາຍ ເວັສ (Cy West), Cluster General Manager ຄົນໃໝ່ຂອງພວກເຮົາ, ຜູ້ທີ່ມາພ້ອມກັບປະສົບການການເຮັດວຽກໃນລະດັບສາກົນຢ່າງຫຼວງຫຼາຍ ເພື່ອມາຮ່ວມພັດທະນາ ແລະ ຂັບເຄື່ອນວົງການການບໍລິການໃນ ສປປ ລາວ. ໃນນາມທີ່ພວກເຮົາໄດ້ຮັບກຽດເປັນເຈົ້າພາບໃນການຈັດງານລະດັບພາກພື້ນທີ່ສຳຄັນຕ່າງໆ ຢ່າງຕໍ່ເນື່ອງ ເຊັ່ນ: ກອງປະຊຸມອາຊຽນ (ASEAN), ວິໄສທັດຂອງພວກເຮົາແມ່ນກ້າວໄປໄກກວ່າພຽງແຕ່ການເປັນສະຖານທີ່ພັກເຊົາ — ແຕ່ມັນຄືການຮ່ວມມືກັນເພື່ອສະແດງໃຫ້ເຫັນເຖິງສັກກະຍະພາບອັນເຕັມປ່ຽມ, ຄວາມອົບອຸ່ນທາງດ້ານວັດທະນະທຳ ແລະ ຄວາມພ້ອມຂອງໂຄງລ່າງພື້ນຖານໃນການຈັດງານລະດັບມາດຕະຖານສາກົນ ທີ່ນະຄອນຫຼວງວຽງຈັນ ມີໃຫ້ບໍລິການ.
ຂໍຂອບໃຈ ທ່ານ ມາດຕິນ ໂດໂນແວນ (Martin Donovan) ແລະ ທີມງານ MIX – Asia’s Business Events Magazine ເປັນຢ່າງສູງ ທີ່ໄດ້ຮ່ວມຖ່າຍທອດ ແລະ ໃຫ້ຄວາມສຳຄັນກັບການເດີນທາງໃນຄັ້ງນີ້ຂອງພວກເຮົາ. ພວກຂ້າພະເຈົ້າ ພ້ອມດ້ວຍທີມງານ ແລະ ຄູ່ຮ່ວມງານທຸກພາກສ່ວນ ພ້ອມແລ້ວທີ່ຈະຮ່ວມກັນຕ້ອນຮັບ ແລະ ແນະນຳໃຫ້ຜູ້ຈັດງານຈາກທົ່ວທຸກມຸມໂລກ ໄດ້ມາສຳຜັດກັບຄວາມງົດງາມທີ່ ສປປ ລາວ.
ສາມາດອ່ານບົດຄວາມສະບັບເຕັມໄດ້ທີ່ນີ້: https://mixmeetings.com/destinations/putting-laos-on-the-biz-events-circuit/
———————————
[𝐸𝑛𝑔𝑙𝑖𝑠ℎ 𝑇𝑒𝑥𝑡]
We are incredibly honored and grateful to be featured in Mix Meetings.
A warm welcome to our Cluster General Manager, Cy West, who brings a wealth of international expertise to Laos. As we continue to build on the momentum of hosting key regional events like ASEAN, our vision goes beyond our property—it is about showcasing the rich potential, cultural warmth, and exceptional event infrastructure that Vientiane has to offer.
Thank you to Martin Donovan and the MIX – Asia’s Business Events Magazine team for highlighting our journey. Together with our team and partners, we look forward to introducing more international planners to the hidden gem that is Laos.
Read the full feature here: https://mixmeetings.com/destinations/putting-laos-on-the-biz-events-circuit/