Bello coffee

Bello coffee Bello coffee, where passion meets perfection! Join us to experience the art coffee in every cup. �

1%
23/05/2026

1%

Laos Roasters.

ຖິ່ນຖານ Thin Thaan Home Coffee Roastery and Brew

Le Grand père Café & Roastery ເລິ ຄຣອງແປ ຄາເຟ້ ແລະ ໂຮງຂົ້ວ

Bello coffee

UP Coffee

ໜັງສື NOTE Coffee

Somxay Coffee ບໍລິສັດ ສົມໄຊ ສົ່ງເສີມການກະເສດ

Great journey
23/05/2026

Great journey

Coffee connect people
20/05/2026

Coffee connect people

ເປັນຄັ້ງທໍາອິດທີ່ Somxay Coffee Farm ເປີດຟາມເພື່ອຕ້ອນຮັບຊຸມຊົນນັກຂົ້ວກາເຟຂອງລາວ

ພົບກັບບັນຍາກາດທ່າມກາງທໍາມະຊາດ
ການ Cupping, Brewing, ການແລກປ່ຽນມຸມມອງ
ແລະການເຊື່ອມຕໍ່ຂອງຄົນຮັກກາເຟຢ່າງແທ້ຈິງ

Exclusive Laos Roasters Gathering
21 May 2026
14:00 – 18:00

📍Private Event📍

UP CoffeeLe Grand père Café & Roastery ເລິ ຄຣອງແປ ຄາເຟ້ ແລະ ໂຮງຂົ້ວLao Slow Bar BaristaRiN Coffee PakseLAK 40 - Coffee & teaຖິ່ນຖານ Thin Thaan Home Coffee Roastery and BrewBello coffeeໜັງສື NOTE Coffee

ຈາກຟາມ ຮອດ ແກ້ວກາເຟ ເຮົາດູແລດ້ວຍໃຈ. Process with care, serve with heart.
17/12/2025

ຈາກຟາມ ຮອດ ແກ້ວກາເຟ ເຮົາດູແລດ້ວຍໃຈ. Process with care, serve with heart.

🙏🏻ຂອບໃຈ Lao Youth Radio FM 90.0 Mhz
15/12/2025

🙏🏻ຂອບໃຈ Lao Youth Radio FM 90.0 Mhz

👏👏ບຸນສະຫວາດ ວົງປະເສີດ ຄວ້າອັນ 1 ການແຂ່ງຂັນຊົງກາເຟ ເມືອງ ປາກຊ່ອງ (Paksong Drip Coffee) ປີ 2025 ສະແດງໃຫ້ເຫັນເຖິງການເຕີບໂຕດ້ານທັກສະກ່ຽວກັບກາເຟພິເສດ ໃນລາວ

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານ ບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.

ໃນຈຳນວນຜູ້ເຂົ້າແຂ່ງຂັນທັງໝົດນັ້ນ, ບຸນສະຫວາດ ວົງປະເສີດ ຫຼື ເຄນ, ບາຣິສຕ້າ ແລະ ເຈົ້າຂອງຮ້ານກາເຟ ຈາກນະຄອນຫຼວງວຽງຈັນ ໄດ້ຄວ້າອັນດັບທີ 1 ຊຶ່ງສະແດງໃຫ້ເຫັນການເຕີບໂຕຂອງບາຣິສຕ້າ ທີ່ມີສີມືພາຍໃນປະເທດ.

ການແຂ່ງຂັນນີ້ ຈັດໂດຍ ອຳນາດການປົກຄອງເມືອງປາກຊ່ອງ, ສະມາຄົມກາເຟລາວ ຮ່ວມກັບ ບໍລິສັດ ເພັດລຸ້ງໂລດ ຂາອອກ-ຂາເຂົ້າ, ໂດຍມີເປົ້າໝາຍເພື່ອສົ່ງເສີມທັກສະການຊົງກາເຟ ຫລື ບາຣີສຕາ, ສ້າງຄວາມເຊື່ອມໂຍງລະຫວ່າງຊາວສວນ ແລະ ບາຣິສຕ້າ, ພ້ອມທັງເຜີຍແຜ່ຄວາມຮັບຮູ້ກ່ຽວກັບຄຸນນະພາບກາເຟຈາກເຂາດພູພຽງບໍລະເວນ.

ບຸນສະຫວາດ ໄດ້ເລີ່ມຕົ້ນເສັ້ນທາງໃນວົງການກາເຟນັບແຕ່ປີ 2023 ໂດຍໄດ້ຮັບແຮງບັນດານໃຈຈາກຄອບຄົວ ແລະ ໝູ່ເພື່ອນທີ່ປະກອບທຸລະກິດກາເຟ ແລະ ສ່ວນໂຕເອງກໍເປັນຄົນມັກກິນກາເຟ. ຄວາມສົນໃຈດັ່ງກ່າວໄດ້ຂະຫຍາຍອອກຈາກການຊົງກາເຟ ໄປສູ່ການທຳຄວາມເຂົ້າໃຈກັບຫ່ວງໂສ້ມູນຄ່າກາເຟ ຈາກສວນສູ່ຈອກ. ຂະບວນການຮຽນຮູ້ດັ່ງກ່າວໄດ້ນຳໄປສູ່ການເປີດຮ້ານກາເຟເປັນຂອງໂຕເອງຊື່ວ່າ ຮ້ານ Bello Coffee ຢູ່ບ້ານ ຫັດສະດີ, ນະຄອນຫຼວງວຽງຈັນ.

ໃນຕົ້ນເດືອນທີ່ຜ່ານມານີ້ບຸນສະຫວາດເອງ ໄດ້ເດີນທາງໄປເມືອງປາກຊ່ອງ ເພື່ອຈະໄປເບິ່ງສວນກາເຟ ແລະ ເຂົ້າຮ່ວມບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ປະຈໍາປີ. ແຕ່ເມື່ອໄດ້ຍິນວ່າມີການຈັດການແຂ່ງຂັນ ຊົງກາເຟ ປາກຊ່ອງ, ບຸນສະຫວາດໄດ້ຮັບການສະຫນັບສະຫນຸນຈາກ ບໍລິສັດ ສົມໄຊ ສົ່ງເສີມການກະເສດ ແລະ ໄດ້ສະໝັກເຂົ້າຮ່ວມການແຂ່ງຂັນ.

ຫລັງຈາກປະສົບຜົນສຳເລັດໃນການແຂ່ງຂັນ ບຸນສະຫວາດໄດ້ເວົ້າໃຫ້ຟັງວ່າ:
“ຫຼັງຈາກໄດ້ເຄີຍຜ່ານການແຂ່ງຂັນມາຫຼາຍຮອບແລ້ວ ຂ້ອຍໄດ້ຮຽນຮູ້ວ່າ ການເຂົ້າໃຈເມັດກາເຟແຕ່ລະຊະນິດແມ່ນມີຄວາມສຳຄັນຫລາຍ. ນອກຈາກນັ້ນ ຍັງຕ້ອງຮູ້ຈັກຄວບຄຸມມາດຕະຖານ ບໍ່ວ່າຈະເປັນອຸນຫະພູມ, ຄວາມສະໝໍ່າສະເໝີຂອງການບົດເມັດກາເຟ ແລະ ການສະກັດຂອງກາເຟ ລາຍລະອຽດນ້ອຍໆເຫລົ່ານີ້ສາມາດສ້າງຄວາມແຕກຕ່າງໄດ້ຢ່າງຫຼວງຫຼາຍ.”

ໃນຖານະຜູ້ຊະນະເລີດ ບຸນສະຫວາດ ໄດ້ຮັບຖ້ວຍລາງວັນ ແລະ ເງິນລາງວັນ ມູນຄ່າ 10,000,000 ກີບ ພ້ອມອຸປະກອນດ້ານກາເຟ ແລະ ໂອກາດໃນການໄປຝຶກອົບຮົມ.
“ປະສົບການຄັ້ງນີ້ເປັນແຮງຈູງໃຈໃຫ້ຂ້ອຍຢາກພັດທະນາຕົນເອງຕໍ່ໄປ,” ລາວໄດ້ກ່າວເພີ່ມເຕີມ “ຂ້ອຍຢາກແບ່ງປັນສິ່ງທີ່ໄດ້ຮຽນຮູ້ມາຈາກການແຂ່ງຂັນນີ້ໃຫ້ກັບບາຣິສຕ້າລຸ້ນຕໍ່ໄປ, ລວມໄປທັງຝຶກທັກສະໃຫ້ແກ່ທີມງານຢູ່ຮ້ານ Bello Coffee ເພື່ອຊ່ວຍຍົກລະດັບມາດຕະຖານການຊົງກາເຟຂອງພວກເຂົາ.”

ນອກຈາກນີ້ ຍັງມີຮອງຊະນະເລີດທັງຈາກ ສປປ ລາວ ແລະ ປະເທດໄທ ໂດຍມີບາຣິສຕ້າຈາກເມືອງປາກຊ່ອງ ໄດ້ຄວ້າອັນດັບທີ 3 ເຊິ່ງສະທ້ອນໃຫ້ເຫັນສັກກະຍະພາບຂອງຄົນທ້ອງຖິ່ນໃນເຂດພູພຽງບໍລະເວນ.

ທ່ານ ແສງຈັນ ຄຳມຸນທາ, ຮອງປະທານສະມາຄົມກາເຟລາວ ໄດ້ກ່າວເພີ່ມວ່າ: “ການແຂ່ງຂັນຊົງກາເຟປາກຊ່ອງນີ້ ສະແດງໃຫ້ເຫັນເຖິງຫົວໃຈຂອງງານບຸນກາເຟ–ຊາ ແລະ ຜົນຜະລິດກະສິກຳ ຂອງເມືອງປາກຊ່ອງ. ພວກເຮົາຍິນດີທີ່ຈະສືບຕໍ່ກິດຈະກຳນີ້ ເພື່ອສ້າງໂອກາດໃຫ້ແກ່ຊາວໜຸ່ມໄດ້ຮຽນຮູ້, ແລກປ່ຽນປະສົບການ ແລະ ເພີ່ມມູນຄ່າກາເຟລາວຈາກສວນສູ່ຈອກ. ພວກເຮົາຂໍຂອບໃຈບັນດາຄູ່ຮ່ວມງານ ແລະ ຜູ້ສະຫນັບສະຫນຸນ, ທັງພາກລັດ ແລະ ເອກະຊົນ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ.”

ການແຂ່ງຂັນ ການຊົງກາເຟ ປາກຊ່ອງ (Paksong Drip Battle) 2025 ຍັງສະແດງໃຫ້ເຫັນການປ່ຽນແປງໃນວົງການກາເຟລາວ ເຊິ່ງມີການເນັ້ນໜັກໃສ່ທາງດ້ານການພັດທະນາທັກສະ, ຄຸນນະພາບ ແລະ ການຮ່ວມມື ທີ່ດີຂຶ້ນເພື່ອຊຸກຍູ້ໃຫ້ກາເຟຈາກພູພຽງບໍລະເວນ ມີບົດບາດໂດດເດັ່ນຫຼາຍຂຶ້ນໃນລະດັບທ້ອງຖິ່ນ ແລະ ສາກົນ.

08/12/2025
13/11/2025

ຂໍໃຫ້ມີແຕ່ສິ່ງດີດີເຂົ້າມາ ສາທຸ ສາທຸ ສາທຸ 😂 ゚viralシ

👻 Happy Halloween 🎃 ມາແລ້ວກັບເມນູຕອນຮັບວັນ ທາງຮ້ານມີກິດຈະກຳມາໃຫ້ລຸ້ນຂອງແຈກ ສຳລັບລູກຄ້າທີຊື້ເມນູພິເສດ  ໃນວັນທີ 29-30-31 ຕ...
28/10/2025

👻 Happy Halloween 🎃 ມາແລ້ວກັບເມນູຕອນຮັບວັນ ທາງຮ້ານມີກິດຈະກຳມາໃຫ້ລຸ້ນຂອງແຈກ ສຳລັບລູກຄ້າທີຊື້ເມນູພິເສດ ໃນວັນທີ 29-30-31 ຕຸລານີ້
ລຸ້ນຮັບຟຣີປີ້ເບິ່ງຫນັງຢູ່ Major Platinum Cineplex 🎬

📍ສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ/Ask for more detail at : Call.Whatapp 02059596961
-----------------------------------
📍OPEN Mon - Sun: 8:00AM-16:00PM
📍LOCATION: ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
Hutsadee Village ,Chanthaburi District,Vientiane capital Laos.
ແຜນທີ່: https://maps.app.goo.gl/hXm7o4Rex4DT5JGVA?g_st=ic

Platinum Cineplex

23/09/2025

ອາເມລິກາໂນ, ລາເຕ້, ຄາປູຊີໂນ້, ວ່າມາເລີຍ ບາລິຕາເຮົາພ້ອມ

19/09/2025

Today choice of coffee

Address

Hutsadee
Vientiane
01000

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 09:00 - 16:00
Thursday 09:00 - 16:00
Friday 09:00 - 16:00
Saturday 09:00 - 16:00

Alerts

Be the first to know and let us send you an email when Bello coffee posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category