17/08/2026
ຕອນບ່າຍວັນທີ 13 ສິງຫາ 2026 ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ມີພິທີຮ່ວມລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ຢູ່ເຂດ ບ້ານນາທາມ, ບ້ານພ້າວ, ບ້ານໜອງດົງ ແລະ ບ້ານດອນໄຮ່, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕາງໜ້າບໍລິສັດລົງນາມໂດຍ ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພະຍານຂອງ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ເປັນໂຄງການລົງທຶນຂອງພາກທຸລະກິດເອກະຊົນ ລາວ ແລະ ຕ່າງປະເທດ ຊຶ່ງ ເປັນໂຄງການທີ່ນໍາໃຊ້ດິນຂອງບໍລິສັດເອງ ໃນເນື້ອທີ່ 307 ເຮັກຕາ ຢູ່ເຂດເມືອງປາກງື່ມ, ນະຄອນຫຼວງ ວຽງຈັນ. ການພັດທະນາຈະແບ່ງເປັນ 3 ເຂດ ຄື: ເຂດ A ມີເນື້ອທີ່ 153 ເຮັກຕາ, ຕັ້ງຢູ່ບ້ານນາທາມ ແລະ ບ້ານພ້າວ ເປັນເຂດອຸດສາຫະກຳປຸງແຕ່ງແຮ່ທາດ ແບບຕ່ອງໂສ້ການຜະລິດ ແລະ ອຸດສາຫະກຳປຸງແຕ່ງອື່ນໆ ເປັນຕົ້ນ ໂຮງງານປຸງແຕ່ງແຮ່ທາດ, ສາງເກັບວັດຖຸດິບ, ອ່າງບຳບັດນໍ້າເປື້ອນ ແລະ ສະຖານີໄຟຟ້າ. ເຂດ B ມີເນື້ອທີ່ 100 ເຮັກຕາ, ຕັ້ງຢູ່ບ້ານໜອງດົງ ເປັນເຂດການຜະລິດອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ ເຊັ່ນ: ສູນຄັດແຍກຜະລິດຕະພັນ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ສະ ຖານີໄຟຟ້າ ແລະ ອ່າງບຳບັດນໍ້າເປື້ອນ. ແລະ ເຂດ C ມີເນື້ອທີ່ 54 ເຮັກຕາ, ຕັ້ງຢູ່ບ້ານດອນໄຮ່ ເປັນເຂດບໍລິການ ເປັນຕົ້ນ ຫ້ອງການບໍລິຫານ , ສາງສິນຄ້າ ແລະ ຫໍພັກຂອງພະນັກງານ.
ທ່ານ ປອ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ໃຫ້ຮູ້ວ່າ: ໂຄງການພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ເປັນໂຄງການໜຶ່ງ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຕາມດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບເລກທີ 313/ລບ, ລົງວັນທີ 06 ມີນາ 2025 ຊຶ່ງໂຄງ ການນີ້ ເປັນໂຄງການທີ່ 6 ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໃນການພັດທະນານິຄົມອຸດສາຫະກຳພາຍຫຼັງທີ່ລັດຖະບານ ໄດ້ອອກດຳລັດ ດັ່ງກ່າວ. ໄລຍະສຶກສາຈະໃຊ້ເວລາ 24 ເດືອນ. ພາຍຫຼັງໂຄງການສໍາເລັດ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10 ພັນຄົນ, ຈະສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນໂຄງການຕັ້ງຢູ່.
ພາບ-ຂ່າວ: ວຽງສະຫວັນ ປຣະດິດ
ບັນນາທິການຂ່າວສານ ອຄ