19/06/2022
ລາຄາຄຳຂື້ນ-ລົງ ມີປັດໄຈໃດແດ່?
“ຄຳ” ເປັນຊັບສິນໃນການລົງທຶນທາງເລືອກທີ່ໄດ້ຮັບການຍອມຮັບສາກົນ ເຊິ່ງຄົນສ່ວນສ່ວນຫຼາຍນິຍົມລົງທຶນເພື່ອປ້ອງກັນຄວາມສ່ຽງຈາກເງິນເຟີ້ ແລະ ການກະຈາຍຄວາມສ່ຽງໃນການລົງທຶນ ແລະລາຄາຄຳກໍ່ມີຄວາມຜັນຜວນດ້ານລາຄາເຊັ່ນດຽວກັນ ເຊິ່ງລາຄາທອງຄຳຂື້ນ-ລົງ ມາຈາກປັດໄຈທາງດ້ານເສດຖະກິດຂອງໂລກເປັນຫຼັກ
ມື້ນີ້ຈະກ່າວເຖິງສາເຫດທີ່ສົ່ງຜົນຕໍ່ປັດໄຈດ້ານລາຄາຄໍາດັ່ງນີ້
1. Demand-Supply
ອີງຕາມຫຼັກເສດຖະສາດ Demand - supply ຫຼື ອຸປະສົງ&ອຸປະທານ ເຊິ່ງກໍ່ຄືຄວາມຕ້ອງຊື້-ຄວາມຕ້ອງການຂາຍນັ້ນເອງ ຖ້າຄົນຕ້ອງການຊື້ຫຼາຍໆລາຄາຄຳກໍ່ຈະຂື້ນ ແຕ່ຖ້າຄວາມຕ້ອງການຊື້ໜ່ອຍລາຄາກໍ່ຈະລົງ
Demand ສ່ວນໃຫຍ່ຈະມາຈາກກຸ່ມທີ່ຕ້ອງການໃຊ້ຄຳ ໄດ້ແກ່: ທຸລະກິດເຄື່ອງປະດັບ, ອຸດສະຫາກຳການຜະລິດ ພາກການລົງທຶນ ລວມໄປເຖິງພາກລັດຖະບານທີ່ຕ້ອງການຊື້ຄຳເປັນເງິນສຳຮອງປະເທດ
Supply ຄຳ ກໍ່ຈະມາກຈາກກຸ່ມທີ່ຕ້ອງການຂາຍທອງຄຳເຊັ່ນ: ຜະລີດຕະພັນຄຳຈາກບໍຄຳ ປະລິມານຄຳເກົ່າທີ່ໜູນວຽນໃນລະບົບ ລວມໄປເຖິງປະລິມານຄຳຂອງລັດຫຼືທະນາຄານກາງປະເທດຕ່າງໆ
2. ລາຄານໍ້າມັນແລະເງິນເຟີ້
ລາຄານໍ້າມັນເປັນປັດໄຈທີ່ກະທົບລາຄາຄຳຢ່າງຫຼວງຫຼາຍ ເພາະລາຄານໍ້າມັນເຮັດໃຫ້ເກີດເງິນເຟີ້ຂື້ນ ເມື່ອເກີດເງິນເຟີ້ກໍ່ຈະເຮັດໃຫ້ມູນຄ່າເງິນຫຼຸດລົງ ດັ່ງນັ້ນຄົນກໍ່ຈະປ່ຽນໄປລົງທຶນໃນຊັບສິນອື່ນເເທນຢ່າງທອງຄຳນັ້ນເອງ ດັ່ງນັ້ນລາຄາຄຳ ເງີນເຟີ້ ແລະ ລາຄານໍ້າມັນປ່ຽນແປງໄປໃນທິດທາງດຽວກັນ
3. ຄ່າເງິນໂດລາ
ເງິນໂດລາເປັນສະກຸນເງິນທີ່ນິຍົມໃຊ້ຫຼາຍທີ່ສຸດໃນໂລກ ແລະເປັນສື່ກາງໃນການແລກປ່ຽນສິນຄ້າ ສົ່ງຜົນເຮັດໃຫ້ຄ່າເງິນແລະລາຄາຄຳມີຄວາມຜັນຜວນ ເພາະຖ້າເງິນໂດລາອ່ອນຄ່າລົງ ຄົນສ່ວນຫຼາຍກໍ່ຈະໄປຖືຊັບສິນອື່ນທີ່ມີຄວາມປອດໄພກວ່າ
4. ນະໂຍບາຍການເງິນຂອງສະຫາລັດ
ສ່ວນໃຫຍ່ຈະເປັນນະໂຍບາຍການເງິນຂອງ Fed (ທະນາຄານກາງຂອງສະຫາລັດ) ໂດຍສະເພາະນະໂຍບາຍອັດຕາດອກເບ້ຍ ຖ້າທະນາຄານກາງປັບຫຼຸດອັດຕາດອກເບ້ຍ > ເງິນອ່ອນຄ່າ > ເສດຖະກິດຂະຫຍາຍຕົວ > ເງິນເຟີ້ເພີ່ມຂື້ນ > ທອງຄຳລາຄາສູງຂື້ນ ນັ້ນເອງ
5. ສ່ວນໃນປະເທດລາວລາຄາຄໍາຂື້ນ-ລົງເພິ່ມອີກປັດໄຈໜື່ງຄື: ອັດຕາແລກປ່ຽນ
ເນື່ອງຈາກລາຄາຄຳຈະອີງໃສ່ລາຄາຕະຫຼາດສາກົນ ໂດຍທຽບໃສ່ສະກຸນເງິນໂດລາສະຫາລັດ ຖ້າເງິນກີບອ່ອນຄ່າລົງເທົ່າໃດ ກໍ່ເຮັດໃຫ້ລາຄາຄຳສູງຂື້ນເມື່ອຕີມູນຄ່າເປັນເງິນກີບ
ຕົວຢ່າງ: ລາຄາຄຳ 3 ມື້ກ່ອນ1,800$ຕໍ່ອອນ, ອັດຕາແລກປ່ຽນ 9,000ກີບຕໍ່ໂດລາ ສະແດງວ່າລາຄາຄຳຈະຕົກເປັນເງິນກີບ 16,200,000 ກີບ. ມາມື້ນີ້ລາຄາເທົ່າເກົ່າຄື 1,800$/ອອນ ແຕ່ອັດຕາເເລກປ່ຽນຢູ່ທີ່ 9,100 ກີບ/ໂດລາ ເຮັດໃຫ້ລາຄາຄຳເພິ່ມຂື້ນເປັນ 16,380,000 ກີບ/ອອນ ເຊິ່ງເຮົາຈະເຫັນວ່າລາຄາຄຳເທົ່າເກົ່າແຕ່ຕີເປັນເງີນກີບຈະແພງຂື້ນ
Reference
Cashury