Wonderful Tours Laos

Wonderful Tours Laos ສະຖານທີທ່ອງທ່ຽວ ຖ້ຳນອນ ຖ້ຳນາງຟ້າຂົ?

19/07/2025
16/05/2025
03/05/2024

ຢາສູບໄຟຟ້າເປັນອັນຕະລາຍ ຕໍ່ສະໝອງຂອງເດັກນ້ອຍ ແລະ ໄວລຸ້ນ

ມີຜົນໂດຍກົງຕໍ່ ການຄິດຢ່າງມີວິຈາລະນະຍານ ການຄວບຄຸມອາລົມ ພຶດຕິກຳທາງສັງຄົມ ຢາສູບໄຟຟ້າອັນຕະລາຍຕໍ່ເດັກນ້ອຍ ແລະ ໄວລຸ້ນ ເພາະນິໂກຕິນໃນຢາສູບໄຟຟ້າ ເປັນອັນຕະລາຍຕໍ່ສະໝອງຂອງເດັກນ້ອຍທີ່ກໍາລັງພັດທະນາ ເຊິ່ງຈະພັດທະນາເຕັມທີ່ຕອນອາຍຸ 25 ປີ.

ນິໂກຕິນໃນຢາສູບກອກ ທີ່ວ່າເປັນອັນຕະລາຍຕໍ່ການພັດທະນາຂອງສະໝອງເດັກນ້ອຍ ແລະ ໄວລຸ້ນແລ້ວ ແຕ່ຢາສູບໄຟຟ້າອັນຕະລາຍຕໍ່ເດັກນ້ອຍ ແລະ ໄວລຸ້ນຫຼາຍກວ່າຢາສູບກອກ ເພາະເດັກນ້ອຍເລີ່ມສູບຢາສູບໄຟຟ້າໃນອາຍຸນ້ອຍກວ່າ ແລະ ໄດ້ຮັບນິໂກຕິນໃນຢາສູບໄຟຟ້າຫຼາຍກວ່າເພາະສູບງ່າຍ ສະດວກ ບໍ່ລະຄາຍເຄືອງຄໍ ແລະ ຄົນບໍ່ລັງກຽດເທົ່າຢາສູບກອກ ທີ່ສຳຄັນບໍລິສັດຢາສູບໄຟຟ້າເລັງເປົ້າໃສ່ເດັກນ້ອຍ ແລະ ໄວລຸ້ນ ທັງຊາຍ ແລະ ຍິງ ສະໝອງສ່ວນໜ້າຂອງເດັກນ້ອຍທີ່ກຳລັງພັດທະນາ ມີໜ້າທີ່ສຳຄັນກ່ຽວກັບການຄິດຢ່າງມີວິຈາລະນະຍານ ການຕັດສິນໃຈ ການຄວບຄຸມອາລົມ ພຶດຕິກຳທາງສັງຄົມ.

ງານວິໄຈພົບວ່າເດັກນ້ອຍທີ່ສູບຢາສູບໄຟຟ້າມີອາການຊຶມເສົ້າຫຼາຍກວ່າ ເດັກນ້ອຍທີ່ບໍ່ສູບເຖິງ 4-5 ເທົ່າ ທີ່ສຳຄັນງານວິໄຈຍັງພົບວ່າ ເດັກນ້ອຍ ແລະ ໄວລຸ້ນທີ່ສູບຢາສູບໄຟຟ້າ ມີອາການຕິດນິໂກຕິນຫຼາຍກວ່າຜູ້ທີ່ສູບຢາສູບກອກ ເມື່ອຕື່ນຂຶ້ນມາຕ້ອງສູບຢາສູບໄຟຟ້າພາຍໃນ 5 ນາທີເຖິງ 1ໃນ 4 ຄົນ ເຊິ່ງໃນຄົນທີ່ສູບຢາສູບກອກແມ່ນ 1 ໃນ 8 ຄົນ ສຳລັບການຕິດນິໂກຕິນນັ້ນ ຍິ່ງຕິດທໍ່ໃດກໍ່ຍິ່ງອອກຍາກເທົ່ານັ້ນ.

ການສູບຢາສູບໄຟຟ້າຂອງເດັກນ້ອຍນັກຮຽນ ກະທົບຕໍ່ການຮຽນໜັງສືຢ່າງແນ່ນອນ ເມື່ອເກີດອາການຢາກສູບຢາຕ້ອງໄດ້ໄປລີ້ສູບ ຖ້າໄປລີ້ສູບບໍ່ໄດ້ກໍ່ບໍ່ມີສະມາທິໃນການຮຽນ.

ເຮົາຮູ້ດີຈາກການຕິດຢາສູບກອກວ່າ ເດັກນ້ອຍທີ່ສູບຢາແຕ່ອາຍຸນ້ອຍເທົ່າໃດຍິ່ງຕິດນິໂກຕິນຫຼາຍ ຍິ່ງມີຄວາມສ່ຽງທີ່ຈະໄປຕິດຢາເສບຕິດອື່ນ ແລະ ຈະເປັນພະຍາດທີ່ເກີດຈາກການສູບຢາຫຼາຍ ເພາະໄລຍະເວລາທີ່ສູບດົນ ເຮັດໃຫ້ໄດ້ຮັບສານພິດສະສົມຫຼາຍ ຊຶ່ງຕອນນີ້, ກໍ່ມີແນວໂນ້ມວ່າ ຢາສູບໄຟຟ້າ ແລະ ຢາສູບກອກ ອັນຕະລາຍບໍ່ໜ້າຈະແຕກຕ່າງກັນໃນໄລຍະຍາວ.

ຂໍ້ມູນຈາກ: ໄວລຸ້ນລາວຍຸກໃໝ່ Anti smoking
ref : iwcenters

31/07/2023

Post a review to our profile on Google

26/06/2023
ພວກເຮົາເປິດໃຫ້ບໍລິການປົກກະຕິເດີ We are open everyday. Call us when you are at Vang Vieng
02/07/2022

ພວກເຮົາເປິດໃຫ້ບໍລິການປົກກະຕິເດີ
We are open everyday. Call us when you are at Vang Vieng

ວັນເດີຟູນ ກາເຟເປີດໃຫ້ບໍລິການທຸກມື້
02/07/2022

ວັນເດີຟູນ ກາເຟ
ເປີດໃຫ້ບໍລິການທຸກມື້

Address

Vangvieng
Muang Vangviang

Alerts

Be the first to know and let us send you an email when Wonderful Tours Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Wonderful Tours Laos:

Share

Category