03/03/2026
[English text below]
ລາງວັນຜູ້ດູແລຊຸມຊົນ 💚
ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຂໍສະແດງຄວາມຂອບໃຈມາຍັງ ຮ້ານອາຫານ ລາສີລະປະ (La Silapa Italian&Lao Kitchen) ທີ່ໄດ້ຮ່ວມສົມທົບທຶນບໍລິຈາກ 10,000,000 ກີບ ເພື່ອສະໜັບສະໜູນພາລະກິດການປິ່ນປົວເດັກນ້ອຍ.
ຮ້ານອາຫານ ລາສີລະປະ ຕັ້ງຢູ່ໃຈກາງເມືອງຫຼວງພະບາງ, ເປັນຮ້ານອາຫານທີ່ມີຊື່ສຽງໂດດເດັ່ນທາງດ້ານເມນູພີດຊ່າ ແລະ ອາຫານລາວ ທ່າມກາງບັນຍາກາດຮ້ານທີ່ຕົບເເຕ່ງເເບບສວນທຳມະຊາດທີ່ງົດງາມ. ນອກເໜືອຈາກລົດຊາດອາຫານທີ່ເເຊບແລ້ວ, ທາງຮ້ານຍັງຖືເປັນແບບຢ່າງຂອງທຸລະກິດທ້ອງຖິ່ນທີ່ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຕໍ່ການຊ່ວຍເຫຼືອສັງຄົມ.
ການສະໜັບສະໜູນໃນຄັ້ງນີ້ ຈະປະກອບສ່ວນສຳຄັນໂດຍກົງໃນການປິ່ນປົວເດັກນ້ອຍໃນປະເທດລາວ ເພື່ອໃຫ້ພວກເຂົາໄດ້ເຂົ້າເຖິງການປິ່ນປົວທາງການແພດທີ່ມີຄຸນນະພາບສູງ ໂດຍບໍ່ເສຍຄ່າໃຊ້ຈ່າຍ.
ພາລະກິດຂອງ ໂຮງໝໍເພື່ອນລາວສຳລັບເດັກນ້ອຍ ແມ່ນເພື່ອເດັກນ້ອຍທຸກຄົນໃນທົ່ວປະເທດ. ເພາະລູກຫຼານຄືອະນາຄົດຂອງຊາດ, ແລະ ການປົກປ້ອງອະນາຄົດນັ້ນ ຕ້ອງອາໄສຄວາມຮ່ວມມືຮ່ວມໃຈຈາກທຸກພາກສ່ວນໃນຊຸມຊົນ.
ພວກເຮົາຂໍເຊີນຊວນບັນດາທຸລະກິດທ້ອງຖິ່ນ ເຂົ້າຮ່ວມເປັນສ່ວນໜຶ່ງຂອງພາລະກິດນີ້, ເພາະທຸກໆການແບ່ງປັນ ລ້ວນແຕ່ສ້າງຄວາມແຕກຕ່າງ ແລະ ມອບໂອກາດໃຫ້ກັບເດັກນ້ອຍລາວທຸກໆຄົນ.
ຂໍຂອບໃຈ, ລາສີລະປະ 💚
-------------------------
Community Healer Recognition 💚
A big thank you to La Silapa Italian&Lao Kitchen for donating 10,000,000 KIP.
Located in the centre of Luang Prabang, La Silapa is known for its wood-fired pizzas, Lao dishes, and relaxed garden setting. Beyond great food, they are a business that cares about their community. Their generous donation directly supports free, quality healthcare for children in Laos
Lao Friends Hospital for Children is here for every child in Laos. Our children are our future, and it takes a community to protect that future. our children, Together as a Community
We invite local businesses to join us in this mission. Every contribution makes a real difference.
Thank you, La Silapa. 💚