15/09/2026
ຂອບໃຈອ້າຍDuth Chanthanva Baysoukpaseuth ແລະ MrPhasouthin Manisoth Tony Leprozy ຫຼາຍໆ ທີ່ມາຮ່ວມສ້າງສີສັນ ແລະ ຄວາມມ່ວນຊື່ນ ຜ່ານສຽງດົນຕີລາວໃນຮູບແບບທັນສະໄໝ
ການໄດ້ເຫັນດົນຕີລາວຖືກນຳມາຕີຄວາມໃນມຸມມອງໃໝ່ໆ ເຮັດໃຫ້ບັນຍາກາດເຕັມໄປດ້ວຍພະລັງ ແລະ ຄວາມມ່ວນຊື່ນ ແຕ່ຍັງຄົງໄວ້ເຊິ່ງສະເໜ່ ແລະ ເອກະລັກຂອງດົນຕີລາວໄດ້ຢ່າງລົງຕົວ
ຂອບໃຈສຳລັບສຽງເພງ ພະລັງ ແລະ ປະສົບການດີໆ ທີ່ພວກອ້າຍໄດ້ນຳມາແບ່ງປັນໃນຄ່ຳຄືນທີ່ຜ່ານມາ
ດີໃຈຫຼາຍໆທີ່ໄດ້ມີໂອກາດຮ່ວມສ້າງຊ່ວງເວລາດີໆ ໄປນຳກັນ ❤️