Sixnature Coffee

Sixnature Coffee HOKURA Matcha by Sixnature

📌📌📌
23/05/2026

📌📌📌

ຄູ່ມືເລືອກດ້າມຊົງກາເຟສະບັບມືອາຊີບ 😎
📝 ພຽງຈື່ 4 ຢ່າງນີ້ໄວ້ ບໍ່ວ່າຈະເປັນເລື່ອງຂະໜາດ, ວັດສະດຸ ຫຼື ຮູບແບບ ກໍເລືອກຊື້ໄດ້ບໍ່ມີພາດ!
📸 ເບິ່ງລາຍລະອຽດເຕັມໆໃນພາບ Infographic ໄດ້ເລີຍ! ມັກແບບໃດຄອມເມ້ນບອກກັນແນ່ເດີ້👇

----------------
ສອບຖາມລາຍລະອຽດ:
Wa.me/+8562054542556
ຂໍ້ມູນສິນຄ້າ
https://sixnaturecoffee.com
https://romolacoffee.com
ທີ່ຕັ້ງ
Sixnature Coffee & Supply
📍ຕັ້ງຢູ່ທີ່ 4 ແຍກໂພນຕ້ອງ https://goo.gl/maps/J6uuxALJKAkSN9XeA

07/07/2025

Ep.4 🍵ອຸປະກອນຊົງມັດຊະ Matcha Tools 🍵

Chasen, Matcha whisk ( ແປງຊົງມັດຊະ ) ເປັນເຄື່ອງມືທີ່ສໍາຄັນເນື່ອງຈາກວ່າມັນເປັນເຄື່ອງມືທີ່ໃຊ້ຕີມັດຊະໂດຍສະເພາະສໍາລັບການຕີ ເຊິ່ງມັນເປັນອຸປະກອນສະເພາະໃນການຕີມັດຊະ ມັນມີແຂ້ວຫຼາຍ ແລະ ມີຄວາມຫນາແຫນ້ນ, ຊ່ວຍລະລາຍຜົງມັດຊະໄດ້ໄວ. ປະຈຸບັນ, ມີ 2 ຊະນິດໃຫ້ເລືອກຄື: ໄມ້ໄຜ່ທີ່ມີຄວາມຍືດຫຍຸ່ນສູງ, ນ້ຳໜັກເບົາ, ແຕ່ມີອາຍຸການໃຊ້ງານສັ້ນ ແລະ ພລາສຕິກທີ່ແຂງແຮງ ແລະ ທົນທານ, ມີແຂ້ວໜາ ແລະ ມີອາຍຸການໃຊ້ງານດົນ ສາມາດເລືອກຕາມຄວາມມັກຂອງແຕ່ລະຄົນ.

Chawan ( ຖ້ວຍຊົງມັດຊະ ) ເຄື່ອງມືທີ່ສໍາຄັນອີກອັນຫນຶ່ງແມ່ນຖ້ວຍສໍາລັບການຊົງມັດຊະ ເຊິ່ງມີລັກສະນະແຕກຕ່າງຈາກຖ້ວຍອື່ນໆ. ຖ້ວຍມັດຊະຖືກອອກແບບມາສະເພາະສໍາລັບການຊົງມັດຊະ ເຊິ່ງມີລັກສະນະພື້ນທີ່ກົ້ນຖ້ວຍກວ້າງ, ປາກຖ້ວຍມີຄວາມກວ້າງ ແລະ ຖ້ວຍຈະສູງໜ້ອຍໜຶ່ງ, ເຮັດໃຫ້ມັນສະດວກໃນການຕີມັດຊະໃຫ້ເປັນຟອງ ແລະ ບໍ່ເຮ່ຍໄດ້ງາຍມີຄວາມສະດວກສະບາຍ, ບໍ່ນ້ອຍ ຫຼື ໃຫຍ່ເກີນໄປ ແລະ ບາງປະເພດມີປາກແຫຼມ ເຮັດໃຫ້ມັນງ່າຍຕໍ່ການຖອກ, ບາງປະເພດກຳມີດ້າມຈັບ. ສ່ວນຫຼາຍແມ່ນເຮັດດ້ວຍເຊລາມິ, ແລະ ບໍ່ນິຍົມເຮັດດ້ວຍແກ້ວຫຼືພາດສະຕິກ.

Chashaku ( ບ່ວງຕັກມັດຊະ )ບ່ວງທີ່ອອກແບບມາສະເພາະສໍາລັບການຕັກຜົງ ມັດຊະ ປົກກະຕິແລ້ວແມ່ນເຮັດດ້ວຍໄມ້ໄຜ່. ຈະມີລັກສະນະຍາວ ແລະ ຮຽວ, ປະມານ 19 ຊັງຕີແມັດ, ຂະຫນາດນ້ອຍ ແລະ ມີມືຈັບຍາວເພື່ອສະດວກໃນການຈັບ. ຈະມີປາຍທີ່ໂຄ້ງເລັກນ້ອຍ. ປາຍບ່ວງມີຄວາມກວ້າງ 1 ຊັງຕີແມັດ ເພື່ອວ່າເວລາຖອກຜົງມັດຊະຂື້ນເທື່ອລະໜ້ອຍ ຈະໄດ້ປະລິມານທີ່ເໝາະສົມ, ເຊິ່ງປະມານ 1 ກຣາມ, ເພາະວ່າໃນການຊົງມັດຊະໃຊ້ປະລິມານໃນການຊົງຫຼາຍເກືອບເທົ່າກັບຊາປະເພດອື່ນໆ.

Chasen Holder ( ບ່ອນວາງແປງມັດຊະ) ບ່ອນວາງແປງມັດຊະເປັນອຸປະກອນທີ່ອອກແບບມາເພື່ອສຳລັບການວາງແປງມັດຊະໂດຍສະເພາະ. ເນື່ອງຈາກວ່າແປງມັດຊະມີລັກສະນະສະເພາະ ຖ້າບໍ່ໄດ້ເກັບຮັກສາຢ່າງຖືກຕ້ອງ, ແປງອາດຈະຜິດປົກກະຕິ ແລະ ບໍ່ສາມາດນໍາໃຊ້ໄດ້ຢ່າງເຕັມທີ່. ເຊິ່ງບ່ອນວາງແປງນີ້ມີລັກສະນະທີ່ໝັ້ນຄົງ, ຮູບຮ່າງທາງກາງກວ້າງເລັກນ້ອຍ ແລະ ປາກນ້ອຍສຳລັບການຂ້ວມແປງລົງ. ປົກກະຕິແລ້ວແມ່ນເຮັດດ້ວຍເຊລາມິກ ແລະ ສະແຕນເລດເພື່ອຈະໄດ້ງ່າຍໃນການທຳຄວາມສະອາດ, ບໍ່ນິຍົມເຮັດຈາກແກ້ວແລະພາດສະຕິກ.

Matcha sifter ( ແນວຕອງມັດຊະ ) ເຊິ່ງໃຊ້ເພື່ອຕອງມັດຊະກ່ອນຈະຊົງ ເຖິງແມ່ນວ່າຜົງ ມັດຊະແມ່ນດີແລ້ວການຕອງຜົງມັດຊະກ່ອນຈະເຮັດໃຫ້ການຊົງມັດຊະງ່າຍຂຶ້ນຫຼາຍ. ມັນປະຫຍັດເວລາຫຼາຍໃນການຊົງ ແນະນໍາໃຫ້ເລືອກທີ່ມີຂະຫນາດຮູນ້ອຍທີ່ມີປາກທີ່ບໍ່ກວ້າງກວ່າປາກຂອງຖ້ວຍຊົງເພື່ອປ້ອງກັນການຟຸ້ງກະຈາຍອອກຈາກຖ້ວຍ.
ກ່ອງເກັບຜົງມັດຊະ ຖືວ່າເປັນອຸປະກອນຫຼັກສໍາລັບການຊົງມັດຊະທີ່ມີຄວາມສໍາຄັນເຊັ່ນດຽວກັນກັບອຸປະກອນຊົງຊາປະເພດອື່ນໆ. ທັງນີ້ມັນເປັນອຸປະກອນໃນການເກັບຮັກສາຜົງຊາຂຽວເພື່ອຮັກສາຄຸນນະພາບ ແລະ ຄວາມສົດຂອງມັດຊະເພື່ອໃຫ້ພ້ອມທີ່ຈະຊົງໄດ້ຕະຫຼອດເວລາ. ກ່ອງເກັບຜົງມັດຊະທີ່ດີຄວນເຮັດຈາກສະແຕນເລດ ເພາະມັນແຂງແຮງກວ່າ ແລະ ທົນທານກວ່າ, ສາມາດປິດໄດ້ແໜ້ນກວ່າ, ຊ່ວຍປ້ອງກັນແມງໄມ້, ຝຸ່ນ, ອາກາດ ແລະ ຄວາມຮ້ອນບໍ່ໃຫ້ເຂົ້າ ແລະ ຮັກສາກິ່ນໃຫ້ຫອມດົນກວ່າເກົ່າ.

06/07/2025

Ep.3 ຄຸນປະໂຫຍດຂອງມັດສະ

🌿 Matcha - ຊາຂຽວເຂັ້ມຂຸ້ນໃຫ້ຫຼາຍກວ່າຄວາມສົດຊື່ນ 🍵

Matcha ເປັນຜົງຊາຂຽວຊັ້ນດີຈາກປະເທດຍີ່ປຸ່ນຈະແຕກຕ່າງຈາກຊາຂຽວປົກກະຕິທີ່ພວກເຮົາດື່ມໃບທັງຫມົດ. ດັ່ງນັ້ນ, ພວກເຮົາໄດ້ຮັບຄຸນຄ່າທາງໂພຊະນາການຢ່າງເຕັມທີ່.

✨ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ໂດຍສະເພາະ “ຄາເທຊິນ (EGCG)”, ເຊິ່ງຊ່ວຍຫຼຸດຜ່ອນການອັກເສບ, ຊະລໍໄວ ແລະ ປ້ອງກັນພະຍາດຊໍາເຮື້ອເຊັ່ນ: ພະຍາດຫົວໃຈ, ຄວາມດັນເລືອດສູງ ຫຼື ມະເຮັງບາງຊະນິດ.

🧘‍♂️ມີ “L-theanine” ທີ່ຊ່ວຍໃຫ້ສະໝອງຜ່ອນຄາຍ, ຫຼຸດຜ່ອນຄວາມຄຽດ, ເສີມສະມາທິ ໂດຍບໍ່ເຮັດໃຫ້ເກີດອາການບີບຂອງຫົວໃຈຄືກັບຄາເຟອີນໃນກາເຟ. ສະນັ້ນ, ມັນເໝາະສົມຫຼາຍສຳລັບຄົນເຮັດວຽກ ຫຼື ນັກຮຽນທີ່ຕ້ອງໃຊ້ສະໝອງຫຼາຍ.

🔥ຊ່ວຍກະຕຸ້ນການເຜົາຜານອາຫານ. ເຫມາະສໍາລັບຜູ້ທີ່ກໍາລັງດູແລຮູບຮ່າງຂອງຕົນເອງ ຫຼື ຄວບຄຸມນ້ໍາຫນັກຂອງຕົນເອງ, ດື່ມກ່ອນອອກກໍາລັງກາຍເບົາໆຊ່ວຍເລັ່ງການເຜົາໄຫມ້ໄດ້ດີ.

💚ມີໄຟເບີ້, ວິຕາມິນ A, C, E, ແລະ ທາດເຫຼັກ ຊ່ວຍບຳລຸງຜິວ ກະຕຸ້ນລະບົບຂັບຖ່າຍ ແລະ ເສີມສ້າງລະບົບພູມຄຸ້ມກັນ.

📌 ດື່ມ Matcha ມື້ລະ 1 ຈອກ = ໄດ້ປະໂຫຍດຫຼາຍຢ່າງດ້ວຍວິທີແບບທຳມະຊາດ ທັງຕື່ນຕົວ, ສົດຊື່ນ, ສະຫງົບ ແລະ ສຸຂະພາບດີໃນໄລຍະຍາວ.

#ຈໍາໜ່າຍເຄື່ອງຊົງກາເຟແລະອຸປະກອນທຸກຊະນິດ #ທຸລະກິດກາເຟ #ຮັບໃຫ້ຄໍາປຶກສາການເປິດຮ້ານກາເຟ

03/07/2025

Ep.2 🍃 Matcha vs ຊາຂຽວອື່ນໆ - ມັນຄ້າຍຄືກັນຫຼືແຕກຕ່າງກັນແນວໃດ?
ຊາຂຽວມີຫຼາຍຊະນິດ, ແຕ່ Matcha ບໍ່ພຽງແຕ່ "ຊາຂຽວເປັນຜົງ" ມັນແມ່ນສິລະປະຂອງການດື່ມໃບຊາຂຽວທັງຫມົດໃນຮູບແບບຜົງດີ. ດັ່ງນັ້ນ Matcha ແຕກຕ່າງຈາກຊາຂຽວອື່ນໆຄື:

☘️ Matcha 抹茶 (まっちゃ)
ປູກໃນ "ຮົ່ມ" ສໍາລັບ 3-4 ອາທິດກ່ອນທີ່ຈະເກັບກ່ຽວ ນີ້ຈະຊ່ວຍໃຫ້ໃບຊາຮັກສາ chlorophyll ໄດ້ຫຼາຍ, ບົດໃບຊາດ້ວຍຫີນຈົນເປັນຜົງລະອຽດ.
ລົດຊາດ: ເຂັ້ມຂຸ້ນກົມກ່ອມ ມີ ລົດumami.
ຄຸນປະໂຫຍດ: ມີສານຕ້ານອະນຸມູນອິດສະລະສູງສຸດ, ເຕັມໄປດ້ວຍສານອາຫານຈາກໃບຊາ.

🍃 Sencha 煎茶
ຊາຂຽວທີ່ນິຍົມທີ່ສຸດໃນປະເທດຍີ່ປຸ່ນ ປູກໃນແສງແດດ, ບໍ່ໄດ້ບົດເປັນຜົງ, ດື່ມຄືກັບໃບຊາ.
ລົດຊາດ: ມີກິ່ນຫອມສົດຊື່ນ, ຫວານເລັກນ້ອຍ.
ຄຸນປະໂຫຍດ: ດີຕໍ່ລະບົບຍ່ອຍອາຫານ, ສົດຊື່ນເບົາບາງ.

🔥 hojicha ほうじ茶
ນີ້ແມ່ນຊາຂຽວທີ່ຜ່ານການຂົ້ວໃນໄລຍະຄວາມຮ້ອນຕ່ໍາ, ມີກິ່ນຫອມຄ້າຍຄືຖົ່ວ, ລົດຊາດນຸ່ມ, ບໍ່ຂົມ
ປະໂຫຍດ: ຄາເຟອີນຕໍ່າ, ສາມາດດື່ມໄດ້ແມ້ແຕ່ກ່ອນນອນ

🌿 Gyokuro 玉露
ຄ້າຍຄືກັນກັບ matcha ທີ່ມັນຖືກປູກຢູ່ໃນຮົ່ມແຕ່ບໍ່ໄດ້ບົດລະອຽດ, ດື່ມແບບຊົງ
ລົດຊາດ: umami ກົມກ່ອມ
ປະໂຫຍດ: ຊ່ວຍໃຫ້ທ່ານຮູ້ສຶກຜ່ອນຄາຍ

💡ສະຫຼຸບແລ້ວ
Matcha = ໄດ້ຮັບສານອາຫານທັງໝົດຈາກໃບຊາ, ລົດຊາດຈະເຂັ້ມຂຸ້ນທີ່ສຸດ
ຊາໃບອື່ນໆ = ດື່ມງ່າຍ, ມີກິ່ນຫອມອ່ອນໆ, ເຫມາະສໍາລັບທຸກໆມື້

ເລື່ອງເລົ່າຈາກຖ້ວຍຊາ - ຕຳນານມັດສະ ແລະ ພິທີຊົງຊາແບບຍິປຸ່ນມັດສະ ( Matcha ) ບໍ່ແມ່ນຊາຂຽວທໍາມະດາ ແຕ່ແມ່ນສ່ວນໜຶ່ງຂອງວັດທະນະທໍ...
02/07/2025

ເລື່ອງເລົ່າຈາກຖ້ວຍຊາ - ຕຳນານມັດສະ ແລະ ພິທີຊົງຊາແບບຍິປຸ່ນ

ມັດສະ ( Matcha ) ບໍ່ແມ່ນຊາຂຽວທໍາມະດາ ແຕ່ແມ່ນສ່ວນໜຶ່ງຂອງວັດທະນະທໍາຍິປຸ່ນທີ່ມີມາກວ່າພັນປີ ຕົ້ນກຳເນີດຂອງມັດສະເລີ່ມຈາກປະເທດຈີນໃນສະໄໝລາຊະວົງຖັງກ່ອນຈະຖືກນຳເຂົ້າມາໂດຍພະສົງຊາວຍິປຸ່ນຊ່ວງສະຕະວັດທີ 12 ເພື່ອໃຊ້ໃນການເຮັດສະມາທິ ແລະ ຮັກສາສຸຂະພາບຂອງພະໃນວັດເຊນ. ມັດສະໃນຍິປຸ່ນຈຶ່ງບໍ່ແມ່ນແຕ່ເຄື່ອງດື່ມແຕ່ມັນຄື “ ວິຖີແຫ່ງສະຕິ ” ເກີດເປັນພິທີຊົງຊາແບບຍິປຸ່ນ (茶道 – ຊະໂດ) ເຊິ່ງເປັນທັງສິນລະປະ ການເຮັດສະມາທິ ແລະ ການໃຫ້ກຽດແຂກຜູ້ມາເຢືອນ.
ວິທີການດື່ມມັດສະແບບດັ້ງເດີມເລີ່ມຈາກການຮ່ອນຜົງມັດສະໃສ່ຖ້ວຍຕີມັດສະແລ້ວເຕີມນ້ຳເລັກນ້ອຍ ຫຼັງຈາກນັ້ນໃຊ້ Chasen ( ແປງໄມ້ໃຜ່) ຄົນຈົນເກີດຟອງລະອຽດ ຈິບຊ້າໆ ເທື່ອລະໜ້ອຍ ເພື່ອຊຶມຊັບກິ່ນ, ລົດຊາດ ແລະ ຄວາມຮູ້ສຶກສະຫງົບໃນໃຈ
ທຸກທ້ວງທ່າໃນພິທີຊົງຊາເຕັມໄປດ້ວຍຄວາມໝາຍຕັ້ງແຕ່ການຄຳນັບ, ການວາງຖ້ວຍໄປຈົນເຖິງການຍື່ນຊາໃຫ້ແຂກສະທ້ອນແນວຄິດເລື່ອງຄວາມລຽບງ່າຍ, ຄວາມເຄົາລົບ ແລະ ການຢູ່ກັບປັດຈຸບັນ.
ມັດສະຈຶ່ງບໍ່ໄດ້ເປັນແຄ່ຊາແຕ່ເປັນຂົວເຊື່ອມລະຫວ່າງວັດທະນະທຳ ສຸຂະພາບ ແລະ ຈິດວິນຍານຂອງຄົນຍິປຸ່ນ.

Arabica VS Robustaຮູ້ໄວ້ກ່ອນເລືອກ! Arabica vs Robusta ຕ່າງກັນຈັ່ງໃດ?🟤ຄໍກາເຟຕ້ອງຮູ້ ເພາະເມັດກາເຟມີຫຼາຍສາຍພັນ ແລະ ແຕ່ລະແບບ...
30/05/2025

Arabica VS Robusta

ຮູ້ໄວ້ກ່ອນເລືອກ! Arabica vs Robusta ຕ່າງກັນຈັ່ງໃດ?🟤

ຄໍກາເຟຕ້ອງຮູ້ ເພາະເມັດກາເຟມີຫຼາຍສາຍພັນ ແລະ ແຕ່ລະແບບກໍມີລົດຊາດ ຈຸດເດ່ນ ແລະ ເອກະລັກທີ່ຕ່າງກັນ

🌿 Arabica – ຫອມ ນຸ່ມ ລຸມຸນ ຄາເຟອິນຕ່ຳ ເໝາະກັບຄໍກາເຟ specialty
🌱 Robusta – ເຂັ້ມ ໜັກແໜ້ນ ຄ່າເຟອິນສູງ ສາຍຕື່ນຕ້ອງຈັດ

Sixnature Coffee☕ ຄັດສັນເມັດກາເຟຄຸນນະພາບ ທັງ Arabica และ Robusta
ພ້ອມໃຫ້ເຈົ້າເລືອກຊື້ໄດ້ງ່າຍໆ ທີ່ຮ້ານຄ້າຊັ້ນນຳ ແລະ ມິນິມາດໃກ້ບ້ານ 🛒
📍Seven Eleven
📍Big C mini
📍J mart
📍Jiffy

📱ຕິດຕໍ່ຝ່າຍຂາຍ https://wa.me/8562092248666 https://wa.me/8562057885599

#ກາເຟຄຸນນະພາບ #ກາເຟລາວ #ກາເຟ

‼️ ມີຈຳໜ່າຍແລ້ວທີ່ ຮ້ານ ເຊເວັ່ນ ອີເລຟເວັ່ນ ທັງສິບເອັດສາຂາ📍 ເຊເວັ່ນ ອີເລຟເວັ່ນ ສາຂາ ສຸພານຸວົງ📍 ເຊເວັ່ນ ອີເລຟເວັ່ນ ສາຂາ ກຳ...
04/02/2025

‼️ ມີຈຳໜ່າຍແລ້ວທີ່ ຮ້ານ ເຊເວັ່ນ ອີເລຟເວັ່ນ ທັງສິບເອັດສາຂາ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ສຸພານຸວົງ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ກຳແພງເມືອງ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ຕະຫຼາດເຂດ ມໍຊໍ ດົງໂດກ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ບ້ານສະໜາມໄຊ ນະຄອນປາກເຊ
📍 ເຊເວັ່ນ ອີເລຟເວັ່ນ ສາຂາທົ່ງຂັນຄຳ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ໂພນສີນວນ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ພີທີທີລາວ ເຊໂນ ແຂວງສະຫວັນນະເຂດ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ຕະຫຼາດດາວເຮືອງ ນະຄອນປາກເຊ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ບ້ານສະພານທອງ
📍 ເຊເວັ່ນ ອີເລຟເວັ່ນ ສາຂາ ເມືອງໄກສອນ

✨ກິດຈະກຳ Sixnature Coffee ຄູ່ໃຈທຸກຊ່ວງເວລາ✨ມາໂຊ Sixnature ຄວາມເປັນໂຕເຈົ້າ📸☕ພຽງຖ່າຍຮູບ "ຊິກເນເຈີ້ໄລ້ສະຕາຍ" ຂອງເຈົ້າຄູ່ກັບ...
01/02/2025

✨ກິດຈະກຳ Sixnature Coffee ຄູ່ໃຈທຸກຊ່ວງເວລາ✨

ມາໂຊ Sixnature ຄວາມເປັນໂຕເຈົ້າ📸☕
ພຽງຖ່າຍຮູບ "ຊິກເນເຈີ້ໄລ້ສະຕາຍ" ຂອງເຈົ້າຄູ່ກັບ Sixnature Coffee
ແລ້ວເລົ່າເລື່ອງລາວສຸດພິເສດຂອງເຈົ້າກ້ອງໂພສນີ້

💥ລຸ້ນຟຣີ!
ເຄື່ອງບົດກາເຟ Timemore C2 ຈຳນວນ 3 ລາງວັນ (1 ລາງວັນ/1 ສິດ)
ມູນຄ່າ 1,200,000 ກີບ

📝ວິທີຮ່ວມກິດຈະກຳງ່າຍໆ
1️⃣ກົດ Like ເພກ Sixnature Coffee
2️⃣ກົດ Like & Share ໂພສກິດຈະກຳໄປໜ້າ Wall ແລະ ຕັ້ງຄ່າເປັນສາທາລະນະ
3️⃣ຖ່າຍຮູບ Sixnature Coffee ຄູ່ກັບໄລ້ສະຕາຍຂອງເຈົ້າ ພ້ອມເລົ່າເລື່ອງລາວກັບໄລ້ສະຕາຍຂອງເຈົ້າ
4️⃣ຄອມເມັ້ນໃຕ້ໂພສນີ້ ພ້ອມໃສ່ແຮັສແທັກ #ຂຽນຊິກເນເຈີ້ໃຫ້ໂລກຈົດຈຳ

🎯ຄອມເມັ້ນໃດຖືກໃຈກຳມະການຫຼາຍທີ່ສຸດ ຮັບໄປເລີຍລາງວັນ

📅ຮ່ວມມ່ວນກັນໄດ້ຕັ້ງແຕ່ 1 - 28 ກຸມພາ 2025 ນີ້
📣ປະກາດຜູ້ໂຊກດີ ວັນທີ 3 ມີນາ 2025 ເທິງເພກ Sixnature Coffee

📌ເງື່ອນໄຂເຂົ້າຮ່ວມກິດຈຳກຳ
1.ຜູ້ເຂົ້າຮ່ວມຕ້ອງເຮັດຕາມກະຕິກາຄົບຖ້ວນ ໄດ້ແກ່ກົດ Like ເພກ Sixnature Coffee ກົດ Like & Share ໂພສກິດຈະກຳໄປໜ້າ Wall ຂອງໂຕເອງ ແລະ ຕັ້ງເປັນສາທາລະນະຖ່າຍຮບ ກາເຟ Sixnature ຄູ່ກັບໄລ້ສະຕາຍຂອງໂຕເອງ ພ້ອມເລົ່າເລື່ອງລາວສຸດພິເສດກ້ອງໂພສກິດຈະກຳຄອມເມັ້ນຮູບ ແລະ ເລື່ອງລາວກ້ອງໂພສກິດຈະກຳ ພ້ອມຕິດແຮັສແທັກ #ຂຽນຊິກເນເຈີ້ໃຫ້ໂລກຈົດຈຳ
2.ຜູ້ເຂົ້າຮ້ວມຕ້ອງເປັນ ຜູ້ຕິດຕາມເພກ Sixnature Coffee ແລະ ມີບັນຊີ Facebook ແທ້ (ບໍ່ນັບບັນຊີປອມ ຫຼື ບັນຊີທີ່ສ້າງຂຶ້ນເພື່ອເຂົ້າຮວມກິດຈຳກຳເທົ່ານັ້ນ)
3.1ບັນຊີສາມາດຮ່ວມກິດຈະກຳໄດ້ພຽງ 1 ຄັ້ງ ແລະ ມີສິດຮັບລາງວັນພຽງ 1 ລາງວັນ
4.ບໍ່ອານຸຍາດໃຫ້ແກ້ໄຂ ຫຼື ປ່ຽນແປງໂພສຫຼັງຈາກຄອມເມັ້ນແລ້ວ

🏆ເງື່ອນໄຂການຕັດສິນ ແລະ ມອບລາງວັນ
1.ທີມງານຈະຄັດເລືອກ 3 ຄອມເມັ້ນທີ່ຖືກໃຈກຳມະການຫຼາຍທີ່ສຸດ ໂດຍພິຈາລະນາຈາກຄວາມຄິດສ້າງສັນ ແລະ ການນຳສະເໜີໄລ້ສະຕາຍທີ່ເປັນເອກກະລັກເລື່ອງລາວທີ່ໜ້າສົນໃຈ ແລະ ສອດຄ່ອງກັບແນວຄິດຂອງແບຣນ
2.ຜູ້ທີ່ໄດ້ຮັບລາງວັນຈະໄດ້ຮັບ ແນວບົດກາເຟ Timemore C2 ຈຳນວນ 3 ລາງວັນ (ມູນຄ່າ 1,200,000 ກີບ/ລາງວັນ)
3.ປະກາດຜົນຜູ້ໂຊກດີວັນທີ 3 ມີນາ 2025 ຜ່ານທາງໜ້າເພກ Sixnature Coffee
4.ຜູ້ໂຊກດີຕ້ອງຕິດຕໍ່ກັບທາງ Inbox ເພກ Sixnature ພາຍໃນ 7 ມື້ ຫຼັງຈາກປະກາດຜົນ ບໍ່ດັ່ງນັ້ນຈະຖືວ່າສະລະສິດ
5.ຂອງລາງວັນ ບໍ່ສາມາດປ່ຽນເປັນເງິນສົດ ຫຼື ໂອນສິດໃຫ້ຜູ້ອື່ນໄດ້

📌ເງື່ອນໄຂທົ່ວໄປບໍລິສັດຂໍສະຫງວນສິດໃນການ ຕັດສິນຜູ້ເຂົ້າຮ່ວມທີ່ເຮັດຜິດກະຕິກາ ຫຼື ໃຊ້ຮູບຈາກອິນເຕີເນັດ / Ai-generateການຕັດສິນຂອງກຳມະການຖືເປັນອັນສິ້ນສຸດ ບໍ່ສາມາດໂຕ້ຖຽງໄດ້ບໍລິສັດຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂກິດຈະກຳໂດຍບໍ່ຕ້ອງແຈ້ງໃຫ້ຮູ້ກ່ອນລ່ວງໜ້າ

📍ຫາຊື້ໄດ້ທີ່ມິນິມາດຊັ້ນນຳ ແລະ ຮ້ານຄ້າທົ່ວໄປ
#ຂຽນຊິກເນເຈີ້ໃຫ້ໂລກຈົດຈຳ

ຢາກມີຮ້ານກາເຟ ຢູ່ບ້ານບໍ່..!!☕🏠👉ລອງເທັກນິກນີ້ເບິ່ງ1. ເລືອກຈອກກາເຟທີ່ດູດີມີຈອກກາເຟງາມ ເຮັດໃຫ້ດື່ມກາເຟມີຄວາມໝາຍຫຼາຍກວ່າທີ່ຄ...
28/01/2025

ຢາກມີຮ້ານກາເຟ ຢູ່ບ້ານບໍ່..!!☕🏠
👉ລອງເທັກນິກນີ້ເບິ່ງ
1. ເລືອກຈອກກາເຟທີ່ດູດີ
ມີຈອກກາເຟງາມ ເຮັດໃຫ້ດື່ມກາເຟມີຄວາມໝາຍຫຼາຍກວ່າທີ່ຄິດໄວ້ຫຼາຍຂຶ້ນບໍ່ວ່າສິເປັນຈອກໃສ ຫຼື ມີລາຍທີ່ໜ້າຮັກ ອອກແບບໄດ້ຕາມໃຈເລີຍ
2. ຕົກແຕ່ງມຸມກາເຟ ໃຫ້ເຂົ້າກັບບ້ານ
ໂຕະແຕ່ງງາມ ເຮັດໃຫ້ບັນຍາກາດດີ ອາດເລີ່ມຈາກມ້ຽນໂຕະໃຫ້ລຽບລ້ອຍຫາຜ້າປູໂຕະງາມໆ ເທົ່ານີ້ກໍດີຕໍ່ໃຈສຸດແລ້ວ
3. ສ້າງບັນຍາກາດດ້ວຍເພງ
ເປີດເພງສ້າງບັນຍາກາດທີ່ດີລະຫວ່າງດື່ມກາເຟ ຈະເປັນເພງແນວໃດກໍໄດ້ທີ່ມັກເລີຍບໍ່ວ່າຈະເປັນ ປ໋ອບ ຣ໋ອກ ແຈສ ຫຼື ອື່ນໆ ຊ່ວຍໃຫ້ໄດ້ມີຊ່ວງເວລາທີ່ດີ ໃນການດື່ມກາເຟໄດ້ເປັນຢ່າງດີຄືກັບຢູ່ຮ້ານທີ່ມັກເລີຍ
----
ຂົ້ວອ່ອນ ປະສົມກາເຟ Natural Process ກັບ Wash Process ເໝາະສຳຫລັບນຳໄປປຸງ Filter Coffee
ຂົ້ວລະດັບກາງຫາເຂັ້ມ ນໍາໃຊ້ເມນູຮ້ອນກະໄດ້ເຢັນກະດີ
ຂົ້ວລະດັບເຂັ້ມ ເໝາະກັບກາເຟນົມເຢັນຕ່າງໆ ຫອມ ເຂັ້ມ!
ຂົ້ວລະດັບເຂັ້ມ (Second Crack) ປະສົມດ້ວຍ Arabica 80% Robusta 20% ຫອມ ເຂັ້ມ ເໝາະສໍາລັບລູກຄ້າທີ່ກິນກາເຟເຂັ້ມ ແລະ ປຸກ ກາເຟທຸກຖົງຂົ້ວ ແລະ ກວດສອບຄຸນນະພາບຈາກຜູ້ຊຽວຊານຈາກສະຖາບັນລະດັບໂລກ📌
📱ຕິດຕໍ່ຝ່າຍຂາຍ https://wa.me/8562092248666 https://wa.me/8562057885599
ແລະ ຈຳໜ່າຍແລ້ວທີ່
📍Seven Eleven
📍Big C mini
📍J mart
📍Jiffy
#ຂຽນຊິກເນເຈີ້ໃຫ້ໂລກຈົດຈຳ

24/01/2025

Sixnature Coffee Roasted Bean
ເບີ 16ຂຶ້ນໄປ ເກຣດສົ່ງອອກ ນໍາມາຂົ້ວຢ່າງພິຖີພີຖັນ ຄວບຄຸມດ້ວຍລະບົບ Computer ຊຶ່ງແຍກເປັນ 4 ປະເພດການຂົ້ວແລະBlend(ປະສົມ)ເພື່ອໃຫ້ແທດເໝາະກັບການນໍາໄປປຸງເຄື່ອງດື່ມໃນແຕ່ລະເມນູ
ຂົ້ວອ່ອນ ປະສົມກາເຟ Natural Process ກັບ Wash Process ເໝາະສຳຫລັບນຳໄປປຸງ Filter Coffee
ຂົ້ວລະດັບກາງຫາເຂົ້ມ ນໍາໃຊ້ເມນູຮ້ອນກະໄດ້ເຢັນກະດີ
ຂົ້ວລະດັບເຂັ້ມ ເໝາະກັບກາເຟນົມເຢັນຕ່າງໆ ຫອມ ເຂັ້ມ!
ຂົ້ວລະດັບເຂັ້ມ (Second Crack) ປະສົມດ້ວຍ Arabica 80% Robusta 20% ຫອມ ເຂັ້ມ ເຫມາະສໍາລັບລູກຄ້າທີ່ກິນກາເຟເຂັ້ມ ແລະ ປຸກ ກາເຟທຸກຖົງຂົ້ວ ແລະ ກວດສອບຄຸນນະພາບຈາກຜູ້ຊ້ຽວຊານຈາກສະຖາບັນລະດັບໂລກ📌
📱ຕິດຕໍ່ຝ່າຍຂາຍ https://wa.me/8562092248666 https://wa.me/8562057885599
ແລະຈຳໜ່າຍແລ້ວທີ່
📍Seven Eleven
📍Big C mini
📍J mart
📍Jiffy



ທຸກການເດີນທາງຄືເລື່ອງລາວ ທຸກເລື່ອງລາວຄືເອກະລັກຂອງຊີວິດ✨☕ເຕີມເຕັມໂມເມັ້ນທີ່ເປັນ "ຊິກເນເຈີ້" ໃນແບບຂອງເຈົ້າດ້ວຍ Sixnature C...
22/01/2025

ທຸກການເດີນທາງຄືເລື່ອງລາວ ທຸກເລື່ອງລາວຄືເອກະລັກຂອງຊີວິດ✨☕

ເຕີມເຕັມໂມເມັ້ນທີ່ເປັນ "ຊິກເນເຈີ້" ໃນແບບຂອງເຈົ້າດ້ວຍ Sixnature Coffee💛 ທີ່ພ້ອມຢູ່ຂ້າງທຸກເສັ້ນທາງຂອງເຈົ້າ🪂🌍
#ຂຽນຊິກເນເຈີ້ຂອງເຮົາໃຫ້ໂລກຈົດຈຳ

Address

Vientiane Center
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 19:30
Wednesday 08:00 - 19:30
Thursday 08:00 - 19:30
Friday 08:00 - 19:30
Saturday 08:00 - 19:30
Sunday 08:00 - 19:30

Telephone

020 23623639

Website

Alerts

Be the first to know and let us send you an email when Sixnature Coffee posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Sixnature Coffee:

Share

Category